
- This event has passed.
NextGen UX/UI Design
August 10, 2024 @ 09:00 - August 11, 2024 @ 17:30
LAK150,000
ມາແລ້ວ!! ງານ The Makerbox Nextgen UX/UI Design 2024
ງານທີ່ຈະມາໃຫ້ຄວາມຮູ້ແບບດຸເດືອດ ພ້ອມແຂ່ງຂັນໃນການອອກແບບ UX/UI ເຊິ່ງຜູ້ເຂົ້າຮ່ວມງານຈະໄດ້ປະທະກັບຄວາມຮູ້ດັ່ງນີ້:
1. ການຮຽນຮູ້ Methodology ຂອງການອອກແບບ UX/UI : ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຂະບວນການອອກແບບ UX/UI ທີ່ເປັນມາດຕະຖານໃນລະດັບສາກົນ, ຜູ້ເຂ້າຮ່ວມຈະໄດ້ຮຽນຮູ້ Methodology ທີ່ນັກອອກແບບຕ່າງປະເທດໃຊ້ສອນຂັ້ນຕອນຕັ້ງແຕ່ການຮັບໂຈດ, ການລະບຸບັນຫາ, ສ້າງແນວຄິດ ແລະ ພັດທະນາ ຈົນໄປເຖິງການສ້າງ Prototype.
2. ການພັດທະນາທັກສະໃນການລະບຸ ແລະ ແກ້ໄຂບັນຫາ (Problematic) : ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດວິເຄາະແລະລະບຸບັນຫາທີ່ຜູ້ໃຊ້ພົບໄດ້ຢ່າງມີປະສິດທິພາບແລະຕອບບັນຫາຂອງຜູ້ໃຊ້ໄດ້ຢ່າງຕົງຈຸດ, ສອນວິທີການສ້າງ ແລະ ພັດທະນາ Concept ທີ່ຕອບໂຈດບັນຫາ ແລະ ຄວາມຕ້ອງການຂອງຜູ້ໃຊ້.
3. ການສ້າງ ແລະ ທົດສອບ Prototype : ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດສ້າງ Prototype ທີ່ມີຄວາມສົມຈິງສອດຄ້ອງໄປກັບຄອນເຊບ ແລະ ສາມາດນຳໄປທົດສອບກັບຜູ້ໃຊ້ໄດ້, ສອນວິທີການໃຊ້ເຄື່ອງມືໃນການສ້າງ Prototype ເຊັ່ນ Figma, Protopie ແລະ ອື່ນໆ, ເສີມສ້າງຄວາມເຂົ້າໃຈໃນຂະບວນການທົດສອບຜູ້ໃຊ້ (User Test) ແລະ ປັບປຸງຕາມ Feedback ທີ່ໄດ້ຮັບ.
4. ການສ້າງເຄືອຂ່າຍ ແລະ ການເຮັດວຽກເປັນທີມ : ຜູ້ເຂົ້າຮ່ວມຈະມີໂອກາດສ້າງເຄືອຂ່າຍກັບຜູ້ເຂົ້າຮ່ວມອື່ນໆທີ່ສົນໃຈ UX/UI ແລະ ພັດທະນາທັກສະການເຮັດວຽກເປັນທີມຜ່ານກິດຈະກໍາກຸ່ມ ແລະ Hackathon.
5. ການພັດທະນາທັກສະ ແລະ ການກະກຽມສໍາລັບໂອກາດໃນອະນາຄົດ : ເພື່ອໃຫ້ນັກອອກແບບຄົນລາວໄດ້ພັດທະນາທັກສະ UX/UI ແລະກະກຽມສໍາລັບໂອກາດໃນອະນາຄົດ, ທັງໃນດ້ານການເຮັດວຽກ ແລະ ການພັດທະນາຕົນເອງໃນດ້ານການອອກແບບ ແລະ ເພື່ອໃຫ້ທຸກຄົນໄດ້ມີຜົນງານເປັນຂອງໂຕເອງ.




ສາມາດສະຫມັກໄດ້ແລ້ວທີ່ລິ້ງ https://forms.gle/zFjrZd9CjCURvmj46