MBX Soccer Challenge

🤖⚽ MBX SOCCER CHALLENGE In Lao Digital Week 2026
ພົບກັນໃນງານ Lao Digital Week!
🚨 ເປີດຮັບສະໝັກແລ້ວ!
ຊວນໝູ່ມາຈັດທີມ ຮຽນຮູ້ການຂຽນໂປຣແກຣມ ຄວບຄຸມຫຸ່ນຍົນ ແລະ ລົງສະໜາມແຂ່ງຂັນຫຸ່ນຍົນເຕະບານໄປພ້ອມກັນ!
🎉 ສະໝັກຟຣີ!
📅 ແຂ່ງຂັນວັນທີ 22–23 ຕຸລາ 2026
👦👧 ຄຸນສົມບັດຜູ້ສະໝັກ
✅ ອາຍຸ 13–17 ປີ
✅ ສະໝັກໄດ້ທຸກເພດ
✅ ສະໝັກເປັນທີມ ທີມລະ 2 ຄົນ ຫລື ເປັນບຸກຄົນກໍໄດ້
✅ ບໍ່ຈຳເປັນຕ້ອງມີປະສົບການຂຽນໂປຣແກຣມ ຫຼື ແຂ່ງຂັນຫຸ່ນຍົນມາກ່ອນ
🌟 ຜູ້ເລີ່ມຕົ້ນກໍສາມາດເຂົ້າຮ່ວມໄດ້!
🔥 ຮັບພຽງ 16 ທີມ ທີມລະ 2 ຄົນ
🏆 ລາງວັນສຳລັບທີມທີ່ຊະນະ
🥇 ຊະນະເລີດ: ຖ້ວຍລາງວັນຄຳ ແລະ ຫຼຽນຄຳ
🥈 ຮອງຊະນະເລີດ ອັນດັບ 1: ຫຼຽນເງິນ
🥉 ຮອງຊະນະເລີດ ອັນດັບ 2: ຫຼຽນທອງແດງ
📜 ຜູ້ເຂົ້າແຂ່ງຂັນທຸກຄົນຈະໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມ (Certificate of Participation) ຈາກ MBX Robotics.
💻🤖 ຝຶກທັກສະກ່ອນລົງສະໜາມ
ກ່ອນການແຂ່ງຂັນ ຜູ້ເຂົ້າຮ່ວມຈະໄດ້ຝຶກອົບຮົມການຂຽນໂປຣແກຣມ ແລະ ການຄວບຄຸມຫຸ່ນຍົນ ເພື່ອກຽມຄວາມພ້ອມກ່ອນລົງສະໜາມຈິງ.
ນ້ອງໆ ຈະໄດ້ຝຶກ:
- ການຂຽນໂປຣແກຣມ ແລະ ການຄວບຄຸມຫຸ່ນຍົນ
- ການເຮັດວຽກເປັນທີມ
- ການຄິດວິເຄາະ ແລະ ແກ້ໄຂບັນຫາ
- ການວາງແຜນ ແລະ ຕັດສິນໃຈ
- ການແຂ່ງຂັນຢ່າງມີນ້ຳໃຈນັກກິລາ
🤖 ຫຸ່ນຍົນທີ່ໃຊ້ແຂ່ງຂັນ
ການແຂ່ງຂັນຄັ້ງນີ້ໃຊ້ MBX RabbitGo Robot ເທົ່ານັ້ນ ເພື່ອໃຫ້ທຸກທີມແຂ່ງຂັນພາຍໃຕ້ມາດຕະຖານດຽວກັນ.
👥 ຈຳນວນທີມທີ່ຮັບສະໝັກ
ຮັບພຽງ 16 ທີມ ທີມລະ 2 ຄົນ ລວມ 32 ຄົນ.
ຫາກມີຜູ້ສະໝັກເກີນຈຳນວນທີ່ກຳນົດ ທີມງານ MBX Robotics ຂໍສະຫງວນສິດໃນການພິຈາລະນາຄັດເລືອກທີມເຂົ້າແຂ່ງຂັນ.
📅 ກຳນົດການ
🟢 ເປີດຮັບສະໝັກ: 10 ຕຸລາ 2026
🔴 ປິດຮັບສະໝັກ: 16 ຕຸລາ 2026
⚽ ວັນແຂ່ງຂັນ: 22–23 ຕຸລາ 2026
📍 ພາຍໃນງານ Lao Digital Week
📲 ວິທີສະໝັກ
ສະແກນ QR Code ເພື່ອກອກແບບຟອມສະໝັກ ແລະ ລະບຸຂໍ້ມູນສະມາຊິກໃຫ້ຄົບທັງ 2 ຄົນ ຫລື ເປັນບຸກຄົນກໍໄດ້ . ຈາກນັ້ນ ເຂົ້າກຸ່ມຕາມຄຳແນະນຳຂອງທີມງານ ເພື່ອຮັບຂ່າວສານ ແລະ ລາຍລະອຽດການກຽມຕົວ.
Register Link : https://docs.google.com/forms/d/e/1FAIpQLSeQfCljPbin1OxH1nFIyTEKwUorFq6WziVVOtpWi_7GL8hfbQ/viewform?usp=dialog
#ສະຖານທີແຂ່ງຂັນທີ: Laos Itecc Exhibition Center
🎒 ສິ່ງທີ່ຕ້ອງກຽມ
💻 Notebook / Laptop ຫຼື Tablet ຕາມທີ່ທີມງານກຳນົດ
🤖 MBX RabbitGo Robot — ທີມງານຈະແຈ້ງລາຍລະອຽດການຈັດຫາຫຸ່ນຍົນໃຫ້ຜູ້ສະໝັກ
📖 ກົດກະຕິກາ MBX Soccer Challenge ຈະຖືກອະທິບາຍໃນມື້ອົບຮົມກ່ອນການແຂ່ງຂັນ.
📞 ສອບຖາມຂໍ້ມູນເພີ່ມເຕີມ
Facebook / Inbox: MBX Robotics
Tel / WhatsApp: 20 5964 5500
🚀 ມາຮຽນຮູ້ ລົງມືເຮັດ ສ້າງມິດຕະພາບ ແລະ ສະແດງຄວາມສາມາດຂອງທີມເຈົ້າໃນສະໜາມ MBX Soccer Challenge!
🤖⚽ ຈັດທີມໃຫ້ພ້ອມ ແລ້ວມາພົບກັນໃນງານ Lao Digital Week!
#MBXRobotics #MBXSoccerChallenge #LaoDigitalWeek #RabbitGo #RoboticsEducation #STEM
Makerbox and Khon Kaen University Sign MoU to Further Research and Innovation

#ISKKU_Update #MOU
📣📣ข่าวคณะสหวิทยาการ📣📣
👉คณะสหวิทยาการ มข. จับมือ Makerbox Lao ลงนาม MOU เสริมสร้างความร่วมมือด้านวิชาการ วิจัย และนวัตกรรมไทย–ลาว
🗓 วันที่ 2 ตุลาคม 2569
📌ณ สาธารณรัฐประชาธิปไตยประชาชนลาว
🌐ลิงก์ข่าว https://is.kku.ac.th/nkc2021/site/view?id=3002
🗓October 2, 2026
👉Faculty of Interdisciplinary Studies, and Makerbox Lao Sign MOU to Strengthen Thai–Lao Cooperation in Education, Research and Innovation
📌at Lao People’s Democratic Republic
🌐 https://is.kku.ac.th/nkc2021/site/view?id=3002
#คณะสหวิทยาการ #ISKKU #KKU #SDG4 #SDG8 #SDG9 #SDG17
MediHack Hackathon – Developing Solutions for Lao PDR’s Health Services
ມື້ທຳອິດ ຂອງການວາງສະແດງສິ່ງປະດິດ ທັງ 8ທີມຂອງງານ Medi-Hack MAKEATHON 2026 ທີ່ Maker Faire Vientiane 2026 – ສະຖານທີ່ Vientiane Center. ມື້ອື່ນນີ້ແລ້ວເປັນການຂຶ້ນເວທີນໍາສະເຫນີຮອບສຸດທ້າຍ Final Pitching ຢ່າລືມມາ ຊົມມາເຊີຍກັນໄດ້ເດີ 🙌🏻
The first day of the exhibition of the inventions of all 8 teams of the Medi-Hack MAKEATHON 2026 event at Maker Faire Vientiane 2026 – Vientiane Center. Tomorrow is the final pitching stage. Don’t forget to come, watch and cheer them 🙌🏻
- Burapha Agro-Forestry Supports MakerboxThe recently opened Burapha Agro-Forestry sustainable plywood factory donated a pallet of test-run plywood sheets to The Makerbox Lao not-for-profit maker space soon to open at the World Trade Center in Vientiane.























